@laopeoplesarmedforces: ສະຫາຍ ທອງລຸນ ສີສຸລິດ ເນັ້ນວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ຕ້ອງເຮັດໃຫ້ທົ່ວສັງຄົມ ມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ... ອີກຕໍ່ໄປ”. --------------- ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຕັມ ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “"ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ”ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນບ່າຍຂອງວັນທີ 2 ກໍລະກົດ 2026. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນ ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ໃນໄລຍະ 5 ປີ(2021-2025) ແລະ ທິດທາງແຜນການໃນ 05 ປີຕໍ່ໜ້າ 2026-2030, ຮ່າງບົດສະຫຼຸບ ແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030 ແລະ ຮ່າງມະຕິ ຂອງຄະນະບໍລິ ຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະ ຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ເຊິ່ງເປັນນິຕິກໍາທີ່ສໍາຄັນຂອງພັກ. ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ກັບທິດທາງ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານກວດກາໃນຊຸມປີຕໍ່ໜ້າ. ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ວ່າ: ການກວດກາ ແມ່ນການຊອກໃຫ້ເຫັນຈຸດດີ, ສິ່ງຕັ້ງໜ້າ ເພື່ອສົ່ງເສີມໃຫ້ເປັນການຕໍ່ຍອດ ຂອງບົດຮຽນທີ່ດີ ໃຫ້ກວ້າງອອກ ໃນພາຍພາກໜ້າ ແລະ ໃນເວລາດຽວກັນນັ້ນ, ເປົ້າໝາຍທີ່ສຳຄັນໜຶ່ງອີກແມ່ນກວດໃຫ້ເຫັນຈຸດບົກຜ່ອງ, ການລະເມີດລະບຽບກົດໝາຍ ທີ່ເກີດຂຶ້ນໃນກໍລະນີຕ່າງໆ ມັນໄດ້ສ້າງຜົນເສຍຫາຍຫຍັງຂຶ້ນຕໍ່ສ່ວນລວມ, ຕໍ່ການຈັດຕັ້ງ, ຕໍ່ບຸກຄົນ, ລະເມີດສິດທິຂອງປະຊາຊົນ, ສ້າງຜົນກະທົບ ຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນໜ້ອຍຫຼາຍປານໃດ. ສິ່ງດັ່ງກ່າວ ພວກເຮົາມີຄວາມຈຳເປັນຕ້ອງຊອກໃຫ້ເຫັນຜູ້ກະທຳຜິດ, ຊອກໃຫ້ເຫັນສາເຫດ ຂອງການກະທຳຜິດ, ຊອກໃຫ້ເຫັນສິ່ງຈູງໃຈຂອງບຸກຄົນ ແລະ ການຈັດຕັ້ງ ທີ່ມີການກະທຳຜິດ, ການລະເມີດແນວທາງ, ລະເມີດກົດໝາຍໃຫ້ໄດ້. ການກວດກາ, “ບໍ່ຄວນໃຫ້ມີເຂດຫວງຫ້າມ ແລະ ບໍ່ຄວນໃຫ້ມີຂໍ້ຍົກເວັ້ນ. ເພື່ອເຮັດໃຫ້ການກວດກາມີປະສິດທິພາບ ແລະ ມີຄວາມສັກສິດ ອົງການທີ່ຮັບຜິດຊອບວຽກງານນີ້ ຕ້ອງປັບປຸງເນື້ອໃນຮູບການ ແລະ ວິທີການກວດກາ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາບັນດາເປົ້າໝາຍ ທີ່ປະຕິບັດຍັງບໍ່ທັນສຳເລັດໃຫ້ສໍາເລັດ. ກວດເຫັນຕ້ອງສະຫຼຸບລາຍງານ ແລະ ສະເໜີທິດທາງແກ້ໄຂໄປພ້ອມ, ກໍລະນີໃດຕ້ອງລົງວິໄນ, ກໍລະນີໃດ ຕ້ອງສະເໜີໃຫ້ໄອຍະການປະຊາຊົນ ສັ່ງຟ້ອງສານ, ເມື່ອສັ່ງຟ້ອງແລ້ວ ຕ້ອງຕິດຕາມການດຳເນີນຄະດີ ໃຫ້ເຖິງກົກເຖິງຮາກ. ຄວນແກ້ໄຂບັນຫາທີ່ຄ້າງຄາ ທີ່ເຄີຍປະຕິບັດມາ ເຊັ່ນ: ຄະດີທີ່ຍັງຄ້າງຢູ່ກັບໄອຍະການ ກໍຊ້າແລ້ວ ແຕ່ເມື່ອຄະດີໄປເຖິງສານ, ກໍໄປຄ້າງຢູ່ກັບສານ, ບໍ່ຕັດສິນຈັກເທື່ອ... ໃນກໍລະນີສານຕັດສິນແລ້ວ ການປະຕິບັດຄຳຕັດສິນຂອງສານ ກໍບໍ່ໄປ, ບໍ່ມາ, ແກ່ຍືດແກ່ຍາວ. ພວກເຮົາບໍ່ສາມາດປະປ່ອຍໃຫ້ສະພາບແນວນີ້ດຳເນີນຕໍ່ໄປໄດ້ອີກແລ້ວ, ເຖິງເວລາ ທີ່ບໍ່ສາມາດລັງເລ, ຢຸດໆຢ່ອນໆ ຕໍ່ໄປອີກແລ້ວ. ໃນຂະນະດຽວກັນ ກໍເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາ ທີ່ຈໍາເປັນ ກ່ຽວກັບວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທັງຕ້ອງໂຄສະນາ, ເຜີຍແຜ່ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ລວມທັງການເຜີຍແຜ່ຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ໃຫ້ທົ່ວສັງຄົມໄດ້ຮັບຮູ້ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເພື່ອກ້າວໄປເຖິງ ເຮັດໃຫ້ຄົນມີຈິດສຳນຶກມີຄວາມສັດຊື່ສຸດຈະລິດ ທີ່ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ... ອີກຕໍ່ໄປ”. ມື້ນີ້ ຂໍສະເໜີວ່າ: ອົງການກວດກາ ແຕ່ເທິງລົງລຸ່ມ ກໍບໍ່ເຮັດໃຫ້ເປັນສະໜາມຕໍ່ລອງ “ຈາກອັນຜິດ ໃຫ້ກາຍເປັນຖືກ”. ໃນເວລາດຽວກັນ, ຕ້ອງປັບປຸງອົງການຈັດຕັ້ງໃຫ້ເຂັ້ມແຂງ ໄປຄວບຄູ່ກັບການປັບປຸງບັນດາອົງການ ທີ່ເຮັດວຽກຍຸຕິທຳຂອງລັດ ໃຫ້ເຂັ້ມແຂງ, ປັບປຸງສະພາທະນາຍຄວາມ ໃຫ້ໂປ່ງໃສ, ເຄັ່ງຄັດ ຕໍ່ຫຼັກການ, ຫັນເປັນທັນສະໄໝ ແລະ ມີຄວາມຍຸຕິທຳຢ່າງແທ້ຈິງ. ຕ້ອງເດັດດ່ຽວແກ້ໄຂພະນັກງານກວດກາ ທີ່ລະເມີດລະບຽບວິໄນ, ແລະ ຕ້ອງກໍ່ສ້າງ ແລະ ໃຫ້ໂອກາດພະນັກງານ ທີ່ຊື່ສັດບໍລິສຸດ, ປົກປ້ອງພະນັກງານ ທີ່ເປັນແບບຢ່າງທີ່ດີ, ເສຍສະຫຼະ ເພື່ອວຽກງານ ແລະ ເພື່ອສ່ວນລວມໃຫ້ໄດ້...ບໍ່ໃຫ້ຖືກປັດເຂ່ຍອອກ ຕ້ອງປ້ອງກັນ ແລະ ສົ່ງເສີມ. ......................................... ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/ ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/@LaoEconomicNewsChanel ຕິກຕັອກ: https://www.tiktok.com/@laoedaily #ຂ່າວເສດຖະກິດການຄ້າ #ເສດຖະກິດການຄ້າ #laoedaily #laoeconomic
Lao People’s Armed Forces
Region: LA
Friday 03 July 2026 04:17:32 GMT
Music
Download
Comments
Unbhk Uhggjj good :
ຂ້າພະເຈົ້າຂໍຊົມເຊີຍທ່ານຜູ້ນຳແລະຂໍໃຫ້ທ່ານຜູ້ນຳຈົ່ງມີສຸກະພາບເຂັ້ມແຂງແລະຫມັ້ຍືນຂອບໃຈ
2026-07-03 06:52:16
6
ລອງສັກຕັ້ງ ok :
ລ້າງລະບົບເສັ້ນສາຍໃຫ້ໄດ້ກ່ອນທ່ານ
2026-07-22 16:26:00
4
ฟอเฟิร์น ฟอเฟิร์น :
ເວົ້າຄືຊື່ໆ ເຮັດຫຍັງໄດ້ແຫນ່ ມີຫຍັງທີ່ປະຊາຊົນເລືອກໄດ້ ບາງເຂດພາກລັດກະຍັງເຂົ້າບໍ່ຮອດ
2026-07-25 05:49:00
1
ຮັບສັ່ງອາໄຫຼ່ມື1ມື2ຈາກປະເທດຈີນ :
ທຳອິດຂັ້ນການນຳຕ້ອງເປັນແບບຢ່າງກ່ອນ..ກ້າເປີດກວດກາຕົວເອງແບບເປີດເຜິຍ..ວ່າງລະບຽບກົດໝາຍໃຫ້ໜັກຊັດເຈນ.ຈັດການຂັ້ນເດັດຂາດໃຫ້ເປັນຕົວຢ່າງແບບເປີດເຜີຍ. ຄືຈີນຄືຫວຽດໂລດ.
2026-08-07 08:00:20
1
ໂຊກໄຊ ແສງມະນີ :
ກວດບໍ່ໄດ້ມີແຕ່ລູກຫຼານຍາດຕິພີ່ນອ້ງທັງນັ້ນຖ້າເຮັດໄດ້ຄືທ່ານເວົ້າຂໍຊົມເຊີຍເລີຍສາທຸ
2026-07-16 13:49:13
1
bouakhankhamphila :
ລະບົບການຈັດຕັ້ງບໍ່ໄດ້ຮັບການເລືອກຈາກປ/ຊຈະບໍ່ແມ່ນຕົວແທນຂອງປວງຊົນຊາວລາວທັງຊາດ
2026-07-22 02:06:24
3
daoyangvarkai :
ຊົມເຊີຍ
2026-07-03 05:15:14
2
tus qub npau suav :
ທ່ານຕ້ອງສູ້
2026-07-05 11:42:22
1
Khamla Thammachack :
ເວົ້າລ້າ
2026-07-03 05:36:38
2
userr5wjznt9bk :
Xin chia buồn cùng nhân Lào anh em. Việt nam Lào bên vững
2026-08-10 05:18:54
0
子龙 :
ຊົມເຊີຍທ່ານກ້າເວົ້າກ້າເຮັດກ້າໄປ
2026-07-03 09:17:40
1
ບ່າວເຂັ້ມຄົນໃຈດີ :
ຊົມເຊີຍເດິ້ຕູ້ທອງລຸນ🥰🥰🥰
2026-07-03 11:08:29
1
ທ້າວ ອະພິຊາດ ຫຼວງອາໄພ :
ຊົມເຊີຍ
2026-07-03 05:24:32
1
💞Nong Single💞🏳️🌈💞 :
🥰🥰🥰ຊົມເຊີຍ
2026-07-03 05:18:36
1
not 3224 :
ຊົມເຊີຍ
2026-07-03 04:21:15
1
แฟน 😅กัน FC🇹🇭 :
ชาวเมืองสวรรค์ มีแต่คนดีๆ
2026-09-07 10:05:13
0
🎀 :
ຊົມເຊີຍ
2026-07-03 05:56:38
0
khoudbida :
2026-07-07 03:50:11
0
ສົມພົງ ເລື່ອງທອງຄຳ :
ແກ້ໄຂການສໍ້ລາດບາງຫຼວງໃດປະເທດຈະເລີຍທ່ານ
2026-09-10 00:01:44
0
ใจเราคิดในแง่บวก🙏🇹🇭🧡🧡 :
👍👍👍
2026-08-02 05:22:08
0
user225125813619 :
ຊົມເຊີຍ.❤ພໍ່ຕູ້ທອງ.ລຸນສີສຸລິດ.ເປັນຄົນມີສິນລະທຳ
2026-08-20 11:14:19
0
สิทธิเดช.ลูกหลานพญาชาละวัน :
ข้าน้อยบ่อเลือกเพาะข้าน้อยเองโงเขาเพือแลกเอาความสลาด🥰🥰
2026-08-16 09:42:15
0
XANA ລົດໃຫ້ເຊົ່າ ແລະນຳທ່ຽວ🚐 :
ຖ້າເຮັດໄດ້ຄືທ່ານເວົ້າ ຂໍຊົມເຊີຍ.
2026-09-19 10:44:42
0
Do Mani Glass :
ໃຫ້ຂ້ອຍຊ່ວຍບໍ່😂
2026-08-05 13:14:06
0
ໜູ ເຈນ ສາຍຊີດ :
ບົດເວົ້າຊື່ໆ
2026-07-03 06:09:08
0
To see more videos from user @laopeoplesarmedforces, please go to the Tikwm
homepage.