@phoungeunssp: 1. ສູດ "ລ່ອງຫົນ" ໃຫ້ລົງແດງ ❌ ຄົນທຳມະດາ: ທັກໄປດຣາມ່າ ຫລືບ໊ອກປະຊົດ ແຕ່ແອບເອົາແອດຫລຸມໄປສ່ອງ ✅ ຄົນສະຫລາດ : ບໍ່ບ໊ອກ ບໍ່ລົບ ແຕ່ຫາຍໄປຢ່າງໄຮ້ຮ່ອງຮອຍ ປ່ອຍໃຫ້ຄວາມງຽບ ເຮັດໜ້າທີ່ທໍລະມານສະຫມອງເຂົາ ຈົນຟຸ້ງຊ່ານເພາະເດົາທາງບໍ່ຖືກ 2. ສູດ "ຖິ້ມປິດສະໜາ" ໃຫ້ຄິດຈົນສະຫມອງລະເບີດ ❌ ຄົນທຳມະດາ: ໂພດເພັງເສົ້າ ຕັດພໍ້ຊີວິດ ແຂວນຄຳຄົມດ່າ ເພື່ອຮຽກຮ້ອງຄວາມສົນໃຈ ✅ ຄົນສະຫລາດ : ໂພດພາບຊິວິດດີໆ ທີ່ກຳກວມ ເຊັ່ນ ຈອກກາເຟສອງຈອກ ຫລືແຄັບຊັ່ນສັ້ນໆ "ຂອບໃຈນະ" 3. ສູດ "ອັບເກຣດ" ເປັນຂອງພີມ້ຽມ ❌ ຄົນທຳມະດາ: ປ່ອຍເນື້ອປ່ອຍຕົວ ນັ່ງຮ້ອງໄຫ້ຫນ້າກະຈົກ ຫວັງໃຫ້ເຂົາເວດທະນາສົງສານ ✅ ຄົນສະຫລາດ : ເຂົ້າຍິມ ປ່ຽນລຸກ ອັບເວວຫນ້າທີ່ການງານ ເຮັດຕົວເອງເປັນເວີຊັນທີ່ດີທີ່ສຸດ ຈົນເຂົາຕ້ອງກັບມາເບິ່ງ ແລ້ວຮູ້ສຶກວ່າເຈົ້າ "ສູງເກີນເອື້ອມ" 4. ສູດ "ສຸກກະແທກຕາ" ❌ ຄົນທຳມະດາ: ພະຍາຍາມປະຊົດດ້ວຍການ ແກ້ງລົງຮູບຄູ່ຄົນໃຫມ່ ຫລືປາຕີ້ຫລຸດໂລກ ເຊິ່ງເບິ່ງອອກງ່າຍ ✅ ຄົນສະຫລາດ : ມີຄວາມສຸກຈາກທາງໃນແທ້ຈິງ ຫົວເລາະກັບຫມູ່ເພື່ອນ ລຸຍກິດຈະກຳໃຫມ່ ເຮັດໃຫ້ເຫັນວ່າ ເຈົ້າໂຄດມີຄວາມສຸກແມ້ບໍ່ມີເຂົາ ສະໃຈແລະເຈັບແສບທີ່ສຸດ 5. ສູດ "ຂອງຫາຍາກ" ຄ່າຕົວແພງ ❌ ຄົນທຳມະດາ: ແຟນເກົ່າທັກປຸ໊ບ ຮິບກົດອ່ານ ແລະຕອບກັບໃນ 3 ວິນາທີ ຊວນລົມຍາວບໍ່ຍອມຈົບ ✅ ຄົນສະຫລາດ : ຖິ້ມຊ່ວງໄວ້ເປັນຊົ່ວໂມງ ຫລືຕອບມື້ຖັດໄປ ຕອບສັ້ນແລະສຸພາບ ເຮັດໃຫ້ເວລາຂອງເຈົ້າ "ເປັນຂອງແພງ" ທີ່ເຂົາຕ້ອງພະຍາຍາມຢ່າງຫນັກ ເພື່ອຈະໄດ້ເວົ້າ 6. ສູດ "ມິດຕະພາບໄຮ້ເຍື່ອໄຍ" ❌ ຄົນທຳມະດາ: ເຈິຫນ້າແລ້ວເຮັດຫນ້າບຶ້ງຕຶງ ຫລົບຕາ ຫລືສະແດງອາການໂກດແຄ້ນຊັດເຈນ ✅ ຄົນສະຫລາດ : ຍິ້ມແຍ້ມ ທັກທາຍສຸພາບ ແຕ່ຫນ້ານິ່ງ ແລະໄຮ້ຄວາມຮູ້ສຶກ ປະຕິບັດຄືເຂົາ ເປັນແຄ່ຄົນຮູ້ຈັກຄົນຫນຶ່ງ 7. ສູດ "ຫັກດິບ" ຄວາມຄາດຫມາຍ ❌ ຄົນທຳມະດາ: ເຮັດຕົວຄືເກົ່າ ຄອຍນຳຕາມຫຶງ ນຳສືບ ນຳຈັບຜິດບໍ່ຍອມປ່ຽນ ✅ ຄົນສະຫລາດ : ເຮັດຕົງຂ້າມຢ່າງສິ້ນເຊີງ ບໍ່ຖາມ ບໍ່ສົນໃຈ ບໍ່ຮັບຮູ້ ເມື່ອເຂົາບໍ່ໄດ້ຮັບປະຕິກິລິຍາແບບເກົ່າ ເຂົາຈະເລີ່ມເປັນຝ່າຍລະແວງ ກະວົນກະວາຍເອງ 8. ສູດ "ຄິວທອງ" ເນື້ອຫອມ ❌ ຄົນທຳມະດາ: ເຮັດຕົວຫງອຍເຫງົາ ຢູ່ແຕ່ໃນຫ້ອງ ປະກາດໃຫ້ໂລກຮູ້ວ່າບໍ່ມີໃຜເອົາ ✅ ຄົນສະຫລາດ : ເອົາໂຕເອງໄປຢູ່ທ່າມກາງຄົນຫນ້າຕາດີ ກິດຈະກຳລົ້ນມື ຕາລາງຊີວິດແຫນ້ນ ເຮັດໃຫ້ເຂົາເຫັນວ່າ ເຈົ້າເປັນທີ່ຕ້ອງການຂອງສັງຄົມ ກະຕຸ້ນໃຫ້ເຂົາຢາກມາຍາດ 9. ສູດ "ຝັງກິ່ນ" ໂຈມຕີໃຕ້ສຳນຶກ ❌ ຄົນທຳມະດາ: ສົ່ງຮູບເກົ່າລົວໆ ຫລືສົ່ງຂອງຂັວນເກົ່າໆ ໄປເຊົ້າຊີ້ຮື້ຟື້ນຄວາມຫລັງ ເຊິ່ງນ່າລຳຄານ ✅ ຄົນສະຫລາດ : ມື້ທີຕ້ອງເຈິຫນ້າຫລືຄືນຂອງ ຈະສີດນຳ້ຫອມກິ່ນເກົ່າ ທີ່ເຂົາມັກທີ່ສຸດ ກິ່ນຈະແລ່ນຕົງເຂົ້າສະຫມອງ ກະຕຸ້ນຄວາມຊົງຈຳຫວານຊື່ນ ໃຫ້ກັບມາຫລິ້ນງານໃນຫົວເຂົາເອງ 10. ສູດ "ຍຶດອຳນາດ" ຄືນມາ ❌ ຄົນທຳມະດາ: ຍອມເຮັດຕາມທີ່ເຂົາຂໍທຸກຢ່າງ ພຽງເພາະຫວັງວ່າເຂົາ ຈະປ່ຽນໃຈກັບມາ ✅ ຄົນສະຫລາດ : ປະຕິເສດຄຳຊວນ ຫລືຂໍ້ຮຽກຮ້ອງ ທີ່ລຳ້ເສັ້ນຢ່າງນຸ້ມນວນ 11. ສູດ "ປິດເຊບໂຊນ " ❌ ຄົນທຳມະດາ: ພໍເຂົາໂທມາຈົ່ມລະບາຍ ຮິບແລ່ນເຂົ້າໄປຊ່ວຍຈັດການໃຫ້ ຄືກັບເປັນຄົນໂປດ ✅ ຄົນສະຫລາດ : ນິ່ງຟັງຢ່າງສະຫງົບ ແຕ່ບໍ່ຍື່ນໄປຊ່ວຍ ເວົ້າແຄ່ "ສູ້ໆ ເດີ້ ເປັນກຳລັງໃຈໃຫ້" ເພື່ອໃຫ້ເຂົາຕະຫນັກວ່າ ເຂົາບໍ່ມີສິດໄດ້ຮັບ ຄວາມຊ່ວຍເຫລືອຈາກເຈົ້າອີກແລ້ວ 12. ສູດ "ໂຄມໄຟສະຫລົວ" ເດົາທາງບໍ່ຖືກ ❌ ຄົນທຳມະດາ: ເຂົາລົມດີກໍ່ດີໃຈໃຈຫາຍ ເຂົາເວົ້າຮ້າຍກໍ່ດຣາມ່າ ຕາມອາລົມເຂົາ ເປັນຝ່າຍຮອງຮັບອາລົມ ✅ ຄົນສະຫລາດ : ມື້ນີ້ລົມດີສະຫນຸກສະຫນານ ແຕ່ອີກມື້ນິ່ງລົງເລັກນ້ອຍ ເພາະຄາວຽກ ການຂຶ້ນໆ ລົງໆ ແບບມີຊັ້ນເຊີງ ຈະເຮັດໃຫ້ເຂົາເສບຕິດ ແລະເຝົ້າລໍຖ້າແຊດຈາກເຈົ້າ 13. ສູດ "ຜູ້ເລືອກ" ບໍ່ແມ່ນຜູ້ລໍຖ້າ ❌ ຄົນທຳມະດາ: ເບິ່ງວ່າຕົວເອງເປັນຂອງໄຮ້ຄ່າ ທີ່ນັ່ງຖ້າເຂົາກັບມາເລືອກ ✅ ຄົນສະຫລາດ : ເບິ່ງວ່າຕົວເອງຄື "ລາງວັນໃຫຍ່" ທີ່ຖ້າໃຜປ່ອຍຫລຸດມືໄປ ຖືວ່າຂາດທຶນຕະຫລອດຊີວິດ ເມື່ອເຈົ້າເຮັດຕົວເປັນຜູ້ເລືອກ ເຈົ້າຈະເບິ່ງມີອຳນາດຈົນເຂົາ ຕ້ອງເປັນຝ່າຍຮ້ອງຂໍໂອກາດເອງ ຈື່ຈຳໄວ້ວ່າ... ເຈົ້າຄື "ລາງວັນໃຫຍ່" ບໍ່ແມ່ນ "ຂອງໄຮ້ຄ່າ" ຄົນທີ່ປ່ອຍເຈົ້າຫລຸດມືໄປ ຄືຄົນທີ່ຂາດທຶນ #ດ້ວຍຮັກແລະປາດຖະໜາດີພູເງິນ ❤️ #Love #ແຮງບັນດາໃຈ #ແບ່ງປັນສິ່ງທີ່ຄວນຮູ້ #ສົນໃຈອີບຸກຕິດຕໍ່ໄດ້

Phoungeunssp ທຸກຢ່າງເປັນໄປໄດ້
Phoungeunssp ທຸກຢ່າງເປັນໄປໄດ້
Open In TikTok:
Region: LA
Sunday 27 September 2026 06:10:04 GMT
6839
62
6
5

Music

Download

Comments

tik75939
tik-ໂຕນ້ອຍ🦋 :
ຂ້ອຍຄວາມຈ໋າພັດລົບເຂົາອອກຈາກເຟສຕອນນີ້ຍາກເພີ່ມກະບໍ່ກ້າແລ້ວ😅
2026-09-27 11:11:42
1
phoungeunssp
Phoungeunssp ທຸກຢ່າງເປັນໄປໄດ້ :
🧠ຈົງຊະນະດ້ວຍຄວາມຮູ້ທີ່ເຫນືອກວ່າ🥰🥰🥰
2026-09-27 06:12:17
2
phoungeunssp
Phoungeunssp ທຸກຢ່າງເປັນໄປໄດ້ :
ສົນໃຈຮຽນ ຜ່ານອີບຸກ ຈອງມື້ນີ້ໄດ້ຮັບໂປສ່ວນຫລຸດພິເສດ ອີບຸກ
2026-09-27 08:20:36
1
xay.yakone6
Xay Yakone :
🥰🥰
2026-09-27 14:27:52
1
To see more videos from user @phoungeunssp, please go to the Tikwm homepage.

Other Videos


About