@kaobaya: ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 . ວັນທີ 20 ຕຸລາ 2026 ນີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢ່າງເປັນທາງການ ຢູ່ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນປະທານຄະນະຊີ້ນຳລະດັບຊາດ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ພາກເອກະຊົນ ແລະ ປະຊາຊົນ ເຂົ້າຮ່ວມ. . ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ສະຫຼຸບພາບລວມ ຂອງຜົນການສຳຫຼວດ ເຊິ່ງຊີ້ໃຫ້ເຫັນເຖິງການປ່ຽນແປງທາງດ້ານໂຄງສ້າງປະຊາກອນ ເປັນຕົ້ນແມ່ນ: . ປະຊາກອນ ແລະ ການຂະຫຍາຍຕົວ: ພົນລະເມືອງລາວ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາ ທັງໝົດ 7,555,536 ຄົນ (7.55 ລ້ານຄົນ) ໃນນັ້ນ, ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ແມ່ນ 7,24 ລ້ານຄົນ (ອີງໃສ່ຈໍານວນຄົນ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ຖືກຈົດນັບໃນເວລາສໍາຫຼວດຕົວຈິງ ມີ 6,744,701 ຄົນ ແລະ ບວກເພີ່ມ 497,069 ຄົນ (ຄວາມຜິດດ່ຽງ (+7%) ຈາກການສຳຫຼວດປະເມີນຄຸນນະພາບ)) ແລະ ບໍ່ມີໜ້າອາໄສຢູ່ເປັນປະຈໍາ ທີ່ອາໄສຢູ່ຕ່າງປະເທດ ແມ່ນ 313,766 ຄົນ. ອັດຕາສ່ວນພົນລະເມືອງ ແມ່ຍິງ ຜູ້ທີ່ມີໜ້າອາໄສຢູ່ເປັນປະຈໍາກວມເອົາ 49.2% ແລະ ຜູ້ຊາຍ 50.8%. ໂຄງສ້າງອາຍຸ ແລະ ໂອກາດທາງເສດຖະກິດ: ສັດສ່ວນພົນລະເມືອງໃນກຸ່ມກຳລັງແຮງງານ (15-64 ປີ) ເພີ່ມຂຶ້ນເປັນ 65%, ເຮັດໃຫ້ອັດຕາສ່ວນຜູ້ເອື່ອຍອີງຫຼຸດລົງ, ເຊິ່ງຖືເປັນ "ໂອກາດທາງພົນລະເມືອງ" ທີ່ສຳຄັນໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ຂອງ ສປປ ລາວ. ການສຶກສາ: ອັດຕາການຮູ້ໜັງສືຂອງພົນລະເມືອງອາຍຸ 6 ປີຂຶ້ນໄປ ບັນລຸ 83,6%. . ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ທຸກຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນຖານະເປັນຜູ້ປະສານງານ ແລະ ໃຫ້ການຊ່ວຍເຫຼືອຮອບດ້ານ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາຕໍ່ການສະໜັບສະໜູນ ຂອງລັດຖະບານອົດສະຕຣາລີ, ລັດຖະບານ ສປ ຈີນ, ລັດຖະບານລຸກຊຳບວກ, ສະຫະລັດອາເມຣິກາ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ; ອົງການພັດທະນາ ແລະ ຮ່ວມມືປະເທດສະວິດເຊີແລນ; ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ປະກອບສ່ວນເຮັດໃຫ້ການສຳຫຼວດແບບດິຈິຕອນຄັ້ງທຳອິດ ຂອງປະເທດ ປະສົບຜົນສຳເລັດ. ພ້ອມທັງ ເນັ້ນໜັກໃຫ້ທຸກພາກສ່ວນນຳໃຊ້ຂໍ້ມູນຈາກການສຳຫຼວດຄັ້ງນີ້ ເພື່ອເປັນບ່ອນອີງທີ່ສຳຄັນໃນການຕິດ ຕາມ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ການວາງນະໂຍບາຍຂະແໜງການ, ການຈັດສັນງົບປະມານ ແລະ ການລົງທຶນເຂົ້າໃນໂຄງສ້າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ການລຶບລ້າງຄວາມທຸກຍາກ. . ດຣ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງການ UNFPA ໄດ້ສະແດງຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການສຳຫຼວດຄັ້ງນີ້ ແລະ ໄດ້ເນັ້ນໃສ່ຄວາມສຳຄັນ ຂອງການນຳໃຊ້ຂໍ້ມູນວ່າ: “ຜົນສຳເລັດການສຳຫຼວດພົນລະເມືອງ ແມ່ນບາດກ້າວສຳຄັນ, ແຕ່ຜົນປະໂຫຍດທີ່ແທ້ຈິງແມ່ນການນຳໃຊ້ຂໍ້ມູນເຫຼົ່ານີ້ ເຂົ້າໃນການກຳນົດນະໂຍບາຍໃຫ້ສອດຄ່ອງ ເພື່ອໃຫ້ທຸກຊຸມຊົນໄດ້ຮັບການພັດທະນາ ແລະ ບໍ່ປະປ່ອຍໃຜໄວ້ທາງຫຼັງ. ອົງການ UNFPA ຈະສືບຕໍ່ຢືນຄຽງບ່າຄຽງໄຫຼ່ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນເຂົ້າໃນການຂັບເຄື່ອນການພັດທະນາ ຂອງ ສປປ ລາວ ຢ່າງຍືນຍົງ”. ------------------------- #ພູນ້ອຍຜົ້ງສາລີ #ຜົ້ງສາລີ #viral #fyp #fypシ゚
ສະຫາຍ ພູນ້ອຍ
Region: LA
Wednesday 21 October 2026 03:35:36 GMT
Music
Download
Comments
There are no more comments for this video.
To see more videos from user @kaobaya, please go to the Tikwm
homepage.